ຂໍ້ກໍານົດ ແລະ ເງື່ອນໄຂ

ຂໍ​ຂອບ​ໃຈ​ທີ່​ເຂົ້າ​ເບິ່ງ​ເວັບ​ໄຊ WorkSourceOregon.org (ເວັບໄຊ). ໂດຍ​ການ​ເຂົ້າ​ເຖິງ​ເວັບ​ໄຊ, ທ່ານຍອມ​ຮັບ​ຂໍ້ກຳ​ນົດ ແລະ ເງື່ອນ​ໄຂ​ເຫຼົ່າ​ນີ້​ໂດຍບໍ່​ມີ​ຂີດ​ຈຳ​ກັດ.

ໂດຍ​ບໍ່​ຈຳ​ກັດ​ສິ່ງ​ທີ່​ກ່າວ​ມາຂ້າງ​ຕົ້ນ, ເນື້ອ​ຫາ​ຂອງ​ເວັບ​ໄຊ​ທີ່​ມີ​ໃຫ້ "ຕາມ​ທີ່​ເປັນ" ແລະ ບໍ່​ມີ​ການ​ຮັບ​ປະ​ກັນປະ​ເພດໃດໆທີ່ສະ​ແດງ​ອອກ ຫຼື ເປັນ​ໄນໆ, ລວມເຖິງການ​ຮັບ​ປະ​ກັນການ​ຊື້​ຂາຍທີ່​ເປັນ​ໄນໆ ແລະ ຄວາມ​ເໝາະ​ສົມ​ສຳ​ລັບ​ຈຸດ​ປະ​ສົງ​ສະ​ເພາະ ຫຼື ການບໍ່​ລະ​ເມີດ. ທ່ານ​ເຫັນ​ດີ​ວ່າ​ທ່ານ​ຈະບໍ່ເຮັດ​ອັນ​ຕະ​ລາຍໃດໆ ແລະ ຊົດ​ໃຊ້​ຄ່າ​ເສຍຫາຍ​ໃຫ້​ກັບ WorkSource Oregon ແລະ ໜ່ວຍ​ງານ​ຂອງ​ພວກ​ເຂົາ ແລະ ພະ​ນັກ​ງານ​ຈາກ ແລະ ຕໍ່ກັບຄວາມ​ເສຍ​ຫາຍ​ໃດໆ​ອັນ​ເນື່ອງ​ມາ​ຈາກ​ການ​ນຳ​ໃຊ້​ເນື້ອ​ຫາ​ຂອງ​ເວັບ​ໄຊນີ້ຂອງ​ທ່ານ.

ຄຳ​ຖະ​ແຫຼງຄວາມ​ເປັນ​ສ່ວນຕົວ

ລິ້ງ​ໄປ​ສູ່​ເວັບ​ໄຊອື່ນ - ຂໍ້​ຈຳ​ກັດ​ຄວາມ​ຮັບ​ຜິດ​ຊອບ

ເວັບ​ໄຊນີ້​ໃຫ້​ລິ້ງ​ໄປ​ຫາ​ເວັບ​ໄຊອື່ນ​ເນື່ອງ​ຈາກ​ມັນ​ສະ​ດວກ​ສະ​ບາຍ​ຕໍ່​ກັບ​ລູກ​ຄ້າ​ຂອງ​ພວກ​ເຮົາ. ສິ່ງ​ເຫຼົ່າ​ນີ້​ລວມ​ມີລິ້ງ​ໄປ​ຫາ​ເວັບ​ໄຊທີ່​ດຳ​ເນີນ​ການ​ໂດຍ​ໜ່ວຍ​ງານ​ລັດ​ຖະ​ບານ​ອື່ນ, ອົງ​ກອນບໍ່​ຫວັງ​ຜົນ​ກຳ​ໄລ ແລະ ທຸ​ລະ​ກິດ​ສ່ວນ​ຕົວ. ໃນ​ເວ​ລາ​ທີ່​ທ່ານ​ນຳ​ໃຊ້​ລິ້ງ​ໃດໜຶ່ງ​ເຫຼົ່າ​ນີ້, ທ່ານ​ຈະ​ບໍ່​ໄດ້​ຢູ່​ໃນ​ເວັ​ບ​ໄຊນີ້​ອີກ​ຕໍ່​ໄປ ແລະ ແຈ້ງ​ການ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ຈະ​ບໍ່​ສາ​ມາດ​ໃຊ້​ໄດ້. ໃນ​ເວ​ລາ​ທີ່​ທ່ານເຊື່ອມ​ຕໍ່ໄປ​ຫາ​ເວັບ​ໄຊ​ອື່ນ, ທ່ານ​ຢູ່​ພາຍ​ໃຕ້​ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ​ຊອງ​ເວັບ​ໄຊນັ້ນ.

ໃນ​ເວ​ລາ​ທີ່​ທ່ານຄ​ລິກ​ລິ້ງ​ໄປ​ຍັງ​ເວັບ​ໄຊໃດ​ໜຶ່ງ​ເຫຼົ່າ​ນີ້​ທີ່ບໍ່​ແມ່ນ WorkSource Oregon ຫຼື ໜ່ວຍ​ງານ, ພະ​ນັກ​ງານ ຫຼື ບຸກ​ຄະ​ລາ​ກອນ​ຂອງ WorkSource Oregon ທີ່​ຮັບ​ປະ​ກັນ​ຄວາມ​ຖືກ​ຕ້ອງ, ຄວາມ​ໜ້າ​ເຊື່ອ​ຖື ຫຼື ຄວາມ​ຕົງ​ຕໍ່​ເວ​ລາ​ຂອງ​ຂໍ້​ມູນ​ທີ່​ໄດ້​ເຜີຍ​ແຜ່​ໂດຍ​ເວັບ​ໄຊທາງນອກ​ເຫຼົ່າ​ນີ້ ຫຼື ໄດ້​ຮັບ​ຮອງ​ເນື້ອ​ຫາ, ມູມມອງ, ຜະ​ລິດ​ຕະ​ພັນ ຫຼື ບໍ​ລິ​ການ​ທີ່​ລິ້ງ​ຈາກ​ລະ​ບົບ​ເຫຼົ່າ​ນີ້ ແລະ ບໍ່​ສາ​ມາດ​ຮັບ​ຜິດ​ຊອບ​ຕໍ່​ກັບ​ຄວາມ​ສູນ​ເສຍ​ໃດໆ​ທີ່​ເກີດ​ຈາກຄວາມ​ໝັ້ນ​ໃຈ​ໃນ​ຄວາມ​ຖືກ​ຕ້ອງ, ຄວາມ​ໜ້າ​ເຊື່ອ​ຖື ຫຼື ຄວາມ​ຕົງ​ຕໍ່​ເວ​ລາ​ຂອງ​ຂໍ້​ມູນ​ຂອງ​ພວກ​ເຂົາ. ຂໍ້​ມູນ​ດັ່ງ​ກ່າວ​ບາງ​ສ່ວນ​ອາດ​ຈະ​ບໍ່​ຖືກ​ຕ້ອງ ຫຼື ບໍ່​ແມ່ນ​ຂໍ້​ມູນ​ປັດ​ຈຸ​ບັນ. ບຸກ​ຄົນ ຫຼື ໜ່ວຍ​ງານ​ທີ່ອີງ​ໃສ່​ຂໍ້​ມູນ​ທີ່​ໄດ້​ຮັບ​ຈາກ​ລະ​ບົບ​ເຫຼົ່າ​ນີ້ໂດຍຍອມ​ຮັບ​ຄວາມ​ສ່ຽງ​ຂອງ​ຕົນ​ເອງ.

ຂໍ້​ມູນ​ໄດ້​ຖືກ​ຮວບ​ຮວມ​ໃນ​ເວ​ລາ​ທີ່​ທ່ານ​ເບິ່ງ​ໜ້າ​ເວັບຂອງ​ລັດ

ຖ້າ​ຫາກ​ທ່ານ​ເຂົ້າ​ເບິ່ງ ຫຼື ດາວ​ໂຫຼດ​ຂໍ້​ມູນ​ໃນ​ຊ່ວງ​ທີ່​ທ່ານ​ເຂົ້າ​ເບິ່ງ​ເວັບ​ໄຊນີ້, ພວກ​ເຮົາ​ຮວບ​ຮວມ ແລະ ຈັດ​ເກັບ​ພຽງ​ແຕ່ຂໍ້​ມູນ​ມາດ​ຕະ​ຖານ​ທີ່​ຮວບ​ຮວມ​ໂດຍ​ຊອບ​ແວ​ເຊີ​ເວີ​ເວັບ​ທັງ​ໝົດ. ຂໍ້​ມູນນັ້ນ​ແມ່ນ:

  1. ທີ່​ຢູ່​ຂອງໂປ​ຣ​ໂຕ​ຄອ​ລ​ອິນ​ເຕີ​ເນັດ (IP) ທີ່​ຖື​ກ​ໃຊ້​ສຳ​ລັບ​ການ​ເຊື່ອມ​ຕໍ່​ຂອງ​ທ່ານ (ແຕ່​ບໍ່​ແມ່ນ​ທີ່​ຢູ່​ອີ​ເມວ​ຂອງ​ທ່ານ). ທີ່​ຢູ່ IP ແມ່ນ​ຕົວ​ລະ​ບຸ​ເປັນ​ຕົວ​ເລກທີ່​ອາດກຳ​ນົດໃຫ້​ຜູ້​ໃຫ້ບໍ​ລິ​ການ​ອິນ​ເຕີ​ເນັດ​ຂອງ​ທ່ານ ຫຼື ຫາ​ຄອມ​ພິວ​ເຕີ​ຂອງ​ທ່ານໂດຍ​ກົງ. ພວກ​ເຮົາ​ໃຊ້ທີ່​ຢູ່ IP ເພື່ອ​ຕອບ​ຮັບ​ຄຳ​ຂໍ​ເຂົ້າ​ເບິ່ງ​ຂອງ​ທ່ານ. ຕົວ​ຢ່າງ: 122.125.36.42
  2. ຊື່​ໂດ​ເມນ​ໄດ້​ຖືກ​ກຳ​ນົດ​ໃຫ້​ແກ່​ທີ່​ຢູ່ IP ຂອງ​ທ່ານ (ຖ້າ​ມີ). ຕົວ​ຢ່າງ: somename.com
  3. ປະ​ເພດ​ຂອງ​ບ​ຣາວ​ເຊີ ແລະ ລະບົບໃຊ້ງານທີ່​ຖືກ​ນຳ​ໃຊ້. ຕົວ​ຢ່າງ: Mozilla/4.0 (ສາ​ມາດ​ເຂົ້າ​ກັນ​ໄດ້; MSIE 4.01; Windows NT; IE4WDUS-1998101501)
  4. ວັນ​ທີ ແລະ ເວ​ລາທ່ານ​ເຂົ້າ​ເບິ່ງ​ເວັບ​ໄຊ
  5. ເວັບ​ເພ​ຈ ຫຼື ບໍ​ລິ​ການ​ທີ່​ທ່ານເຂົ້າ​ເຖິງ​ທີ່​ເວັບ​ໄຊນີ້
  6. ເວັບ​ໄຊ​ທີ່​ທ່ານ​ເຂົ້າ​ເບິ່ງ​ກ່ອນ​ທີ່​ຈະ​ມາ​ເບິ່ງ​ເວັບ​ໄຊນີ້. (ໝາຍ​ເຫດ: ສິ່ງນີ້​ໄດ້ຖືກ​ລວມ​ໄວ້​ເພື່ອ​ໃຫ້​ການ​ວິ​ເຄາະ​ສະຫຼຸບໄດ້​ວ່າ​ຜູ້ເຂົ້າ​ຊົມ​ໄດ້ເຂົ້າ​ເບິ່ງ​ເວັບ​ໄຊ​ຂອງ​ພວກ​ເຮົາ​ແນວ​ໃດ ເຊັ່ນ: ຈາກເຄື່ອງ​ມື​ຄົ້ນ​ຫາ, ຈາກລິ້ງ​ໃນ​ເວັບ​ໄຊອື່ນ ແລະ ອື່ນໆ)

ພວກ​ເຮົາ​ບໍ່​ໄດ້​ຕິດ​ຕາມ​ຕົວ​ເລືອກ​ການ​ນຳ​ທາງ​ຂອງ​ຜູ້​ໃຊ້​ແຕ່​ລະ​ຄົນ. ຢ່າງ​ໃດ​ກໍ່​ຕາມ, ພວກ​ເຮົາ​ສະຫຼຸບ​ຂໍ້​ມູນ​ທີ່​ໄດ້​ລະ​ບຸ​ໄວ້​ຂ້າງ​ເທິງ​ເພື່ອ​ກຳ​ນົດ:

  • ອົງ​ກອນ​ໃດ​ທີ່​ເປັນ​ຜູ້​ໃຊ້​ງານຫຼາຍ​ທີ່​ສຸດ​ຂອງ​ພວກ​ເຮົາ (ລາຍ​ການ​ທີ 2 ຂ້າງ​ເທິງ) ເພື່ອ​ການ​ກຳ​ນົດ​ເນື້ອ​ຫາ​ຂອງ​ພວກ​ເຮົາ​ແກ່​ຜູ້​ຊົມ​
  • ບ​ຣາວ​ເຊີ​ອັນ​ໃດ​ທີ່​ຖືກ​ໃຊ້​ໃນ​ເວັບ​ໄຊຂອງ​ພວກ​ເຮົາ​ເພື່ອ​ກຳ​ນົດ​ວ່າເຕັກ​ນິກ​ໃດທີ່​ຄວນ​ໃຊ້​ເຂົ້າ​ໃນ​ການ​ປັບ​ປຸງ​ເພຈ​ຕ່າງໆ​ທີ່​ຈະ​ໃຊ້​ງານ​ໄດ້​ໃນ​ບ​ຣາວ​ເຊີ​ຕ່າງໆ (ລາຍ​ກາ​ນ​ທີ 3 ຂ້າງ​ເທິງ).
  • ເພ​ຈ​ຂອງ​ເຮົາ​ມີ​ການ​ເຂົ້າ​ເບິ່ງ​ເລື້ອຍ​ປານ​ໃດ (ລາຍ​ການ​ທີ 5 ຂ້າງ​ເທິງ)
  • ການ​ເຂົ້າ​ຊົມ​ຈາກ​ຊື່​ຂອງອົງ​ກອນຢ່າງ​ເຊັ່ນ: ເຄື່ອງ​ມື​ຄົ້ນ​ຫາ​ທີ່​ນຳ​ຜູ້​ໃຊ້​ໄປ​ຫາ​ເວັບ​ໄຊ (ລາຍ​ການ​ທີ 6 ຂ້າງ​ເທິງ)

ສຳ​ລັບ​ຈຸດ​ປະ​ສົງ​ດ້ານຄວາມປອດ​ໄພ​ຂອງ​ເວັບໄຊ ແລະ ເພື່ອ​ຮັບ​ປະ​ກັນ​ວ່າ​ບໍ​ລິ​ການນີ້​ຍັງມີໃຫ້​ແກ່​ຜູ້​ໃຊ້​ທຸກ​ຄົນ, ເວັບ​ໄຊນີ້​ອາດ​ຈະ​ກວດ​ສອບ​ການ​ຮັບ​ສົ່ງ​ຂໍ້​ມູນ​ເພື່ອ​ລະ​ບຸ​ຄວາມ​ພະ​ຍາ​ຍາມ​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ເພື່ອ​ອັບ​ໂຫຼດ ຫຼື ປ່ຽນ​ແປງ​ຂໍ້​ມູນ ຫຼື ເຮັດ​ໃຫ້ເກີດ​ຄວາມ​ເສຍ​ຫາຍ. ຖ້າ​ການກວດ​ສອບ​ຄວາມ​ປອດ​ໄພ​ເປີດ​ເຜີຍຫຼັກ​ຖານ​ຂອງ​ການ​ລະ​ເມີດ​ທີ່​ອາດ​ຈະ​ເກີດ​ຂຶ້ນ ຫຼື ກິດ​ຈະ​ກຳອາ​ຊະ​ຍາ​ກຳ, ພະ​ນັກ​ງານ​ດ້ານ​ລະ​ບົບ​ອາດ​ຈະ​ໃຫ້​ຜົນ​ໄດ້​ຮັບ​ຂອງ​ການກວດ​ສອບ​ດັ່ງ​ກ່າວ​ແກ່​ເຈົ້າ​ໜ້າ​ທີ່​ທີ່​ເໝາະ​ສົມ. ຍົກ​ເວັ້ນການ​ສືບ​ສວນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ, ບໍ່​ມີ​ການ​ພະ​ຍາ​ຍາມ​ລະບຸ​ຜູ້​ໃຊ້​ແຕ່​ລະ​ຄົນ ຫຼື ນິ​ໄສ​ການ​ໃຊ້​ງານ​ຂອງ​ພວກເຂົາ. ຄວາມ​ພະ​ຍາ​ຍາມ​ທີ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດໃນ​ການ​ອັບ​ໂຫຼດ​ຂໍ້​ມູນ ຫຼື ປ່ຽນ​ແປງ​ຂໍ້​ມູນ​ໃນ​ບໍ​ລິ​ການ​ເຫຼົ່າ​ນີ້​ແມ່ນ​ສິ່ງ​ຕ້ອງ​ຫ້າມ​ໂດຍ​ເດັດ​ຂາດ ແລະ ອາດ​ຈະ​ຖືກ​ລົງ​ໂທດ​ພາຍ​ໃຕ້​ກົດ​ໝາຍ​ລັດ ແລະ ລັດ​ຖະ​ບັນ​ຍັດຂອງ​ລັດ​ຖະ​ບານ​ກາງ, ລວມ​ເຖິງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສໍ້​ໂກງທາງ​ຄອມ​ພິວ​ເຕີ ແລະ ກົດ​ໝາຍ​ການ​ລະ​ເມີດ​ປີ 1986 ແລະ ​ກົດ​ໝາຍ​ການ​ປົກ​ປ້ອງ​ໂຄງ​ສ້າງ​ພື້ນ​ຖານ​ຂອງ​ຂໍ້​ມູນ​ແຫ່ງ​ຊາດ​ປີ 1996.

ການ​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະ

ຂໍ້​ມູນ​ທັງ​ໝົດ​ໃນ​ເວັບ​ໄຊນີ້​ແມ່ນ​ການ​ບັນ​ທຶກທາງ​ສາ​ທາ​ລະ​ນະ, ເວັ້ນ​ເສຍແຕ່​ວ່າ​ຈະ​ມີ​ການ​ຍົກ​ເວັ້ນ​ທາງ​ກົດ​ໝາຍ. ORS ມາດ​ຕາ 192 ມີ​ກົດ​ໝາຍ​ບັນ​ທຶກ​ດ້ານ​ສາ​ທາ​ລະ​ນະ​ຂອງ​ລັດ​ໂອ​ເຣກອນ.

ໃນ​ລັດ​ໂອ​ເຣກອນ, ມີ​ກົດ​ໝາຍເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ລັດ​ຖະ​ບານເປີດ​ກວ້າງ ແລະ ສິ່ງນັ້ນ​ໃຫ້​ສາ​ທາ​ລະ​ນະ​ຊົນ​ມີ​ສິດ​ເຂົ້າ​ເຖິງ​ບັນ​ທຶກ​ທີ່​ເໝາະ​ສົມ ແລະ ຂໍ້​ມູນ​ທີ່​ເປັນ​ເຈົ້າ​ຂອງ​ໂດຍອຳ​ນາດ​ການ​ປົກ​ຄອງ​ລັດ. ໃນ​ຂະ​ນະດຽວ​ກັນ, ມີ​ການ​ຍົກ​ເວັ້ນສຳ​ລັບ​ສິດ​ຂອງ​ສາ​ທາ​ລະ​ນະ​ໃນ​ການ​ເຂົ້າ​ເຖິງ​ບັນ​ທຶກ​ສາ​ທາ​ລະ​ນະໂດຍ​ອີງ​ໃສ່​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ບຸກ​ຄົນ. ທັງ​ກົດ​ໝາຍ​ຂອງ​ລັດ ແລະ ລັດ​ຖະ​ບານ​ກາງ​ໃຫ້​ການ​ຍົກວັ້ນ. ພວກ​ເຮົາ​ອາດ​ຈະ​ຂໍ​ຂໍ້​ມູນສາ​ມາດ​ລະ​ບຸ​ຕົວ​ບຸກ​ຄົນ​ໄດ້ຈາກ​ທ່ານ​ເພື່ອ​ໃຫ້​ບໍ​ລິ​ການ​ທີ່​ຮ້ອງ​ຂໍ, ແຕ່​ຂໍ້​ມູນ​ດັ່ງ​ກ່າວຈະ​ໄດ້​ຮັບ​ການ​ຈັດ​ການເຊັ່ນ​ດຽວ​ກັນ​ກັບ​ການເຂົ້າ​ໄປໃນ​ຫ້ອງ​ການ​ລັດ​ຖະ​ບານ​ດ້ວຍ​ຕົນ​ເອງ.

ຂໍ້​ມູນ​ສ່ວນ​ຕົວ ແລະ ການ​ບໍ່ເປີດ​ເຜີຍ

"ຂໍ້​ມູນ​ສ່ວນ​ຕົວ" ແມ່ນ​ຂໍ້​ມູນ​ກ່ຽວ​ກັບ​ບຸກ​ຄົນ​ທີ່ສາ​ມາດ​ລະ​ບຸ​ຕົວ​ຕົນ​ບຸກ​ຄົນ​ນັ້ນ​ໄດ້​ງ່າຍ​ເຊັ່ນ: ຊື່​, ທີ່​ຢູ່ ແລະ ເບີ​ໂທລະ​ສັບ​ຂອງ​ບຸກ​ຄົນ​ນັ້​ນ. ຂໍ້​ມູນ​ສ່ວນ​ຕົວ​ດັ່ງ​ກ່າວ​ອາດ​ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນ​ໃນ​ການ​ເປີດ​ເຜີຍ, ຖ້າ​ຫາກ​ວ່າ​ການ​ເປີດ​ເຜີຍ​ຖື​ວ່າ​ເປັນ​ການ​ລ່ວງ​ລະ​ເມີດ​ຄວາມ​ເປັນ​ສ່ວນ​ຕົວ​ຢ່າງບໍ່​ສົມ​ເຫດສົມ​ຜົນ​ໃນ​ສະ​ຖາ​ນະ​ການ​ດັ່ງ​ກ່າວ. ຊື່​ໂດ​ເມນ ຫຼື ທີ່​ຢູ່ໂປຣໂຕຄອລອິນ​ເຕີ​ເນັດ (IP) ບໍ່​ຖື​ວ່າ​ເປັນ​ຂໍ້​ມູນ​ສ່ວນ​ຕົວ. ຂໍ້​ມູນ​ສ່ວນ​ໃຫຍ່​ທີ່​ຖືກ​ຮວບ​ຮວມ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ລັດ​ແມ່ນ​ຖືກວ່າ​ໃຫ້​ເປີດປັນ​ສາ​ທາ​ລະ​ນະ, ເວັ້ນ​ເສຍ​ແຕ່​ວ່າ​ມັນ​ໄດ້​ຮັບ​ການ​ຍົກ​ເວັ້ນ​ໂດຍ​ສະ​ເພາະ. ORS ມາດ​ຕາ 192 ມີ​ກົດ​ໝາຍ​ບັນ​ທຶກ​ດ້ານ​ສາ​ທາ​ລະ​ນະ​ຂອງ​ລັດ​ໂອ​ເຣກອນ. ພາຍ​ໃຕ້​ກົດ​ໝາຍນີ້, ບຸກ​ຄົນ​ມີ​ສິດ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ລັດ​ບໍ່​ເປີດ​ເຜີຍ​ບັນ​ທຶກ​ສາ​ທາ​ລະ​ນະ​ທີ່​ມີ​ທີ່ຢູ່ ແລະ ເບີ​ໂທ​ລະ​ສັບ​ຂອງ​ພວກ​ເຂົາ​ໃນ​ບາງ​ກໍ​​ລະ​ນີ. ORS 192.445 ລະ​ບຸ​ວິ​ທີ​ການ​ຂໍ​ໃຫ້​ບໍ່​ເປີດ​ເຜີຍ​ຂໍ້​ມູນ.

ອີ​ເມວ

ຂໍ້​ມູນ​ທັງ​ໝົດ​ໃນ​ເວັບ​ໄຊນີ້ເປັນ​ການ​ບັນ​ທຶກທາງ​ສາ​ທາ​ລະ​ນະ, ເວັ້ນ​ເສຍແຕ່​ວ່າ​ຈະ​ມີ​ການ​ຍົກ​ເວັ້ນ​ທາງ​ກົດ​ໝາຍ. ORS ມາດ​ຕາ 192 ມີ​ກົດ​ໝາຍ​ບັນ​ທຶກ​ດ້ານ​ສາ​ທາ​ລະ​ນະ​ຂອງ​ລັດ​ໂອ​ເຣກອນ.

ເບິ່ງ​ພາກ​​ການ​ເປີດ​ເຜີຍ​ຂໍ້​ມູນ​ສາ​ທາ​ລະ​ນະ​ຂ້າງ​ເທິງ​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄວາມ​ເປັນ​ສ່ວນ​ຕົວ​ອີ​ເມວ.

ຮ້ອງ​ຂໍ​ການກວດ​ສອບ​ຂໍ້​ມູນ​ສ່ວນ​ຕົວ

ທ່ານ​ມີ​ສິດ​ໃນ​ການ​ກວດ​ສອບ​ຂໍ້​ມູນ​ທີ່​ຖືກ​ຮວບ​ຮວມ​ກ່ຽວ​ກັບ​ທ່ານ​ໂດຍ​ເວັບໄຊ​ນີ້. ຕິດ​ຕໍ່​ໜ່ວຍ​ງານ​ທີ່​ໃຫ້​ການ​ບໍ​ລິ​ການ​ທີ່​ທ່ານ​ຕ້ອງ​ການ

ການ​ສົ່ງ​ຂໍ້​ມູນ​ຢ່າງ​ປອດ​ໄພ

ເວັບ​ໄຊນີ້​ໃຊ້ຊອບ​ແວ​ການ​ເຂົ້າ​ລະ​ຫັດ​ມາດ​ຕະ​ຖານ​ອຸດ​ສາ​ຫະ​ກຳທີ່​ເອີ້ນ​ວ່າ Secure Socket Layer (SSL) ເພື່ອໃຫ້​ສາ​ມາດ​ສົ່ງ​ຂໍ້​ມູນ​ໄດ້​ຢ່າງ​ປອດ​ໄພ. URL ໃນ​ບ​ຣາວ​ເຊີ​ຂອງ​ທ່ານ​ຈະ​ປ່ຽນ​ເປັນ "HTTPS" ແທນ "HTTP" ໃນ​ເວ​ລາ​ທີ່​ເປີດ​ໃຊ້ຄຸນ​ສົມ​ບັດ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ນີ້. ບ​ຣາວ​ເຊີ​ຂອງ​ທ່ານ​ອາດ​ຈະ​ສະ​ແດງ​ສັນ​ຍະ​ລັກ​ລັອກ ຫຼື ກະ​ແຈ​ໃນ​ແຖບ​ກົດ​ຂອງ​ມັນ​ເພື່ອ​ສະ​ແດງ​ການ​ເປີດ​ໃຂ້​ການ​ສົ່ງ​ຂໍ້​ມູນ​ຢ່າງ​ປອດ​ໄພ. ຖ້າ​ຫາກຕົວ​ສະ​ແດງ​ຜົນ​ເຫຼົ່າ​ນີ້ບໍ່​ປາ​ກົດ​ຂຶ້ນ, ຂໍ້​ມູນ​ອາດ​ຈະ​ສ່ຽງ​ຕໍ່​ການຖືກດັກ​ເອົາ​ໂດຍ​ບຸກ​ຄົນ​ອື່ນ. ການ​ສື່​ສານ​ດ້ານ​ອີ​ເມວ​ເທິງ​ອິນ​ເຕີ​ເນັດ​ສ່ວນ​ໃຫຍ່ບໍ່​ຖື​ວ່າ​ປອດ​ໄພ. ຖ້າ​ຫາກ​ທ່ານ​ກຳ​ລັງ​ສົ່ງ​ຂໍ້​ມູນ​ທີ່​ລະ​ອຽດ​ອ່ອນ, ໃຫ້ສົ່ງ​ມັນ​ທາງ​ໄປ​ສະ​ນີ ຫຼື ຕິດ​ຕໍ່​ໜ່ວຍ​ງານນັ້ນ​ທາງ​ໂທ​ລະ​ສັບ.

ຄຸກ​ກີ້

ຄຸກກີ້​ແມ່ນ​ຟາຍ​ຂໍ້​ຄວາມ​ຂະ​ໜາດນ້ອຍ​ທີ່​ສ້າງ​ຂຶ້ນ​ໂດຍ​ເວັບ​ເຊີ​ເວີ ແລະ ຈັດ​ກັບ​ໃນ​ຮາດ​ໄດ​ຣ໌​ໃນ​ຄອມ​ພິວ​ເຕີ​ຂອງ​ທ່ານ. ຄຸກກີ້​ບັນ​ທຶກ​ຂໍ້​ມູນ​ພິ​ເສດ​ທີ່​ເວັບ​ເຊີ​ເວີ​ສາ​ມາດ​ເຂົ້າ​ເຖິງ​ໄດ້​ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ເຂົ້າ​ເບິ່ງ​ເວັບ​ໄຊ​ຂອງ​ພວກ​ເຮົາ. ໂດຍ​ທົ່ວ​ໄປ​ແລ້ວ, ຄຸກກີ້​ບັນ​ທຶກ​ຂໍ້​ມູນ​ເຊັ່ນ: ຄວາມ​ມັກ​ໃນ​ເວັບ​ໄຊ​ຂອງ​ທ່ານ, ວັນ​ທີ​ທີ່​ທ່ານ​ເບິ່ງ​ໜ້າ​ເພ​ຈ​ໃດ​ໜຶ່ງ​ຄັ້ງ​ສຸດ​ທ້າຍ ຫຼື ຕົວ​ເລກ​ສຸ່ມ​ທີ່​ຖືກ​ໃຊ້​ເພື່ອ​ລະ​ບຸ​ຊຸດການ​ເຂົ້າ​ເວັບ​ຂອງ​ທ່ານ​ໂດຍ​ສະ​ເພາະ. ຄຸກກີ້​ຊ່ວຍ​ພວກ​ເຮົາ​ວັດ​ແທກ​ຈຳ​ນວນ​ຄົນ​ທີ່​ເຂົ້າເບິ່ງ​ເວັບ​ໄຊຂອງ​ພວກ​ເຮົາ ແລະ ຈຳ​ນວນຜູ້​ເຂົ້າ​ຊົມ​ເຫຼົ່າ​ນີ້​ເປັນ​ຜູ້​ໃໝ່ ຫຼື ກັບມາ​ຄືນວ່າ​ມີ​ເທົ່າ​ໃດ.

ຄຸກກີ້​ມີ​ຢູ່​ໃນຄອມ​ພິວ​ເຕີ​ຂອງ​ທ່ານ​ໂດຍ​ເຄື່ອງ​ມື​ການ​ຈັດ​ການ​ເວັບ​ຂອງ​ພວກ​ເຮົາ​ຖືກ​ຂຽນ​ຂຶ້ນ​ເພື່ອ​ທີ່​ພວກມັນ​ສາ​ມາດ​ຖືກ​ໃຊ້​ໄດ້​ເຄື່ອງ​ມື​ເວັບ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ ແລະ ພວກ​ມັນ​ຈະ​ດຶງ​ຂໍ້​ມູນ​ສະ​ເພາະ​ເທົ່າ​ນັ້ນ. ພວກ​ເຮົາ​ບໍ່ກັບ​ກຳ​ຂໍ້​ມູນ​ຈາກ​ທ່ານ, ຈາກ​ໄຟ​ລ໌​ຄຸກກີ້​ອື່ນໆ ຫຼື ເຂົ້າ​ເຖິງ​ຂໍ້​ມູນ​ອື່ນໆ​ໃນ​ຄອມ​ພິວ​ເຕີ​ຂອງ​ທ່ານ.

ບ​ຣາວ​ເຊີ​ເວັບ​ສ່ວນ​ໃຫຍ່​ອະ​ນຸ​ຍາດ​ໃຫ້​ທ່ານ​ປະ​ຕິ​ເສດ ຫຼື ຍອມ​ຮັບ​ຄຸນ​ສົມ​ບັດ​ຄຸກກີ້ (ເບິ່ງ​ຄຸນ​ສົມ​ບັດ​ຊ່ວຍ​ເຫຼືອ​ຄຸກກີ້​ຂອງບ​ຣາວ​ເຊີ​ທ່ານ​ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ). ທ່ານ​ສາ​ມາດ​ຄວບ​ຄຸມ​ການ​ໃຊ້​ຄຸກກີ້​ໃນ​ຄອມ​ພິວ​ເຕີ​ຂງ​ທ່ານ ແລະ ສາ​ມາດ​ຈັດ​ກາ​ນ​ພວກມັນ​ໄດ້. ຢ່າງ​ໃດ​ກໍ່​ຕາມ, ການ​ຈັດ​ກັດ​ການ​ນຳ​ໃຊ້ຄຸກກີ້ອາດ​ຈະ​ລົບ​ການ​ການ​ເຮັດ​ວຽກ​ຂອງ​ບໍ​ລິ​ການ​ເວັບ​ໄຊບາງ​ຢ່າງ​ຂອງ WorkSource Oregon.

ຂໍ້​ຈຳ​ກັດ​ຄວາມ​ຮັບ​ຜິດ​ຊອ​ບ​ການ​ໂຄ​ສະ​ນາ

WorkSource Oregon ຫ້າມ​ການ​ໂຄ​ສະ​ນາ​ໂດຍ​ໜ່ວຍ​ງານ​ເອ​ກະ​ຊົນ​ໃນ​ເວັບ​ໄຊຂອງ​ພວກ​ເຂົາ. WorkSource Oregon ບໍ່​ໄດ້​ຮັບ​ຮອງ ຫຼື ​ສະ​ໜັບ​ສະ​ໜູນ​ຜະ​ລິດ​ຕະ​ພັນ, ບໍລິ​ການ ຫຼື ຂໍ້​ມູນ​ທີ່​ປາ​ກົດ​ເທິງ​ເວັບ​ໄຊຂອງ​ເອ​ກະ​ຊົນ.