ຊັບ​ພະ​ຍາ​ກອນ

211info.org ຫຼື 211. ຮັບ​ຄວາມ​ຊ່ວຍ​ເຫຼືອ​ໃນ​ຄ່າ​ໃຊ້​ຈ່າຍ​ດ້ານ​ທີ່​ຢູ່​ອາ​ໄສ, ສາ​ທາ​ລະ​ນຸ​ປະ​ໂພກ, ອາ​ຫານ, ການ​ເບິ່ງ​ແຍງດູ​ແລ​ເດັກ ແລະ ອື່ນໆ.

Healthcare.oregon.gov ຫຼື 1-855-268-3767. ຖ້າ​ຫາກ​ທ່ານ​ເສຍ ຫຼື ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ສຸ​ຂະ​ພາບ, ທ່ານ​ອາດ​ຈະ​ມີ​ສິດ​ສຳ​ລັບ​ແຜນ​ປະ​ກັນ​ສຸ​ຂະ​ພາບ​ແບບຄ່າ​ໃຊ້​ຈ່າຍ​ຕ່ຳ ຫຼື ຟ​ຣີ.

ຂໍ້​ມູນຕະຫຼາດ​ແຮງ​ງານ. ລະ​ບົບ​ຂໍ້​ມູນຕະຫຼາດ​ແຮງ​ງານ​ຂອງ​ລັດ​ໂອ​ເຣກອນ​ໃຫ້​ຂໍ້​ມູນ​ການ​ຈ້າງ​ງານ​ປັດ​ຈຸ​ບັນ, ລາຍ​ງານ​ສະ​ເພາະ ແລະ ຕຳ​ແໜ່ງວ່າງ​ໃນ​ປັດ​ຈຸ​ບັນ.  ແທັບວຽກ ແລະ ອາ​ຊີບ (Jobs & Careers) ຈະ​ຊ່ວຍ​ໃຫ້​ທ່ານ​ຊອກ​ຫາ​ຄ່າ​ຈ້າງ, ການ​ເຕີບ​ໃຫຍ່​ໃນວຽກ​ທີ່​ຄາດ​ການໄວ້ ແລະ ຕຳ​ແໜ່ງວ່າງຫຼາຍກວ່າ 700 ອາ​ຊີບ.  ເຂົ້າ​ເບິ່ງ www.qualityinfo.org ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ.

ຄວາມ​ຄິດ​ລິ​ເລີ່ມ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ເປັນ​ເຈົ້າ​ຂອງ​ບ້ານ​ຂອງ​ລັດໂອ​ເຣກອນ. ຕັ້ງ​ແຕ່ 2011, ພວກ​ເຮົາ​ໄດ້​ຊ່ວຍ​ຄອບ​ຄົວ​ຄົນລັດ​ໂອ​ເຣກອນຫຼາຍກວ່າ 16,000 ຄອບ​ຄົວ​ໃນ​ການ​ຮັກ​ສາ​ບ້ານ​ຂອງ​ພວກ​ເຂົາ. ເຖິງວ່າ​ສະ​ຖາ​ນະ​ການ​ດ້ານ​ການ​ເງິນ​ຂອງ​ທ່ານ​ໄດ້​ປ່ຽນ​ແປງ ຫຼື ທ່ານ​ກຳ​ລັງ​ປະ​ສົບ​ບັນ​ຫາ​ໃນ​ໄລ​ຍະ​ໜຶ່ງ, ພວກ​ເຮົາ​ຢູ່​ທີ່ນີ້​ເພື່ອ​ຊ່ວຍ​ທ່ານ.

ລັດ​ໂອ​ເຣກອນ​ປອດ​ໄພ + ເຂັ້ມ​ແຂງ. ຊອກ​ຫາ​ຂໍ້​ມູນ​ເພື່ອ​ຂ້າມ​ຜ່ານ​ໂຄວິດ-19 ໄດ້​ຢ່າງ​ປອດ​ໄພເພື່ອ​ໃຫ້​ທ່ານ, ຄອບ​ຄົວ​ຂອງ​ທ່ານ ແລະ ຊຸມ​ຊົນ​ຂອງ​ພວກ​ເຮົາ​ຢູ່​ຢ່າງເຂັ້ມ​ແຂງ.